Jump to content

ຜັກ

ຈາກ ວິກິພີເດຍ
Revision as of 15:15, 3 ຕຸລາ 2013 by 106.169.66.109(ສົນທະນາ)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)

ຜັກ ແມ່ນພືດທີ່ຜູ້ຄົນເອົາສ່ວນໃດສ່ວນໜຶ່ງຂອງພືດ ເຊັ່ນ ລູກ ໃບ ຮາກ ດອກ ຫຼືລຳຕົ້ນ ມາປະກອບຂອງກິນ ເຊິ່ງບໍ່ນັບຮວມໝາກໄມ້ ໝາກຖົ່ວ ແລະເຄື່ອງເທດ. ແຕ່ເຫັດ ອັນໃນທາງຊີວະວິທະຍາຈັດເປັນພວກເຫັດຮາ ແມ່ນນັບຮວມເປັນຜັກນຳ. ຫຼາຍບ້ານຫຼາຍເຮືອນມັກຈະປູກຜັກໄວ້ເພື່ອກິນພາຍໃນຄົວເຮືອນ ເອີ້ນວ່າເປັນ ຜັກສວນຄົວ ຫຼືບາງເທື່ອກໍ່ເພື່ອເປັນໄມ້ປະດັບ ໃຊ້ພື້ນທີ່ໃນການປູກບໍ່ຫຼາຍ. ພືດຜັກສ່ວນຫຼາຍແມ່ນພືດທີ່ມີອາຍຸສັ້ນພຽງໜ້າດຽວ ແຕ່ຜັກບາງພວກອາດມີອາຍຸຫຼາຍກວ່າ 1 ປີ. ຄັນມີຈຳນວນຫຼາຍເຫຼືອຈາກການກິນ ກໍ່ສາມາດນຳໄປຂາຍໄດ້.